lo_2ki_text_ulb_l3/09/21.txt

1 line
1.3 KiB
Plaintext

\v 21 ດັ່ງນັ້ນໂຢຣາມໄດ້ກ່າວວ່າ,“ ຈົ່ງກຽມລົດຮົບຂອງເຮົາໄວ້ເຖີ້ນ.” ພວກເຂົາໄດ້ກຽມລົດຮົບຂອງລາວ, ແລະໂຢຮາມກະສັດແຫ່ງອິດສະຣາເອນແລະອາຮາຊີຢາກະສັດແຫ່ງຢູດາໄດ້ຂີ່ລົດມ້າ, ແຕ່ລະຄົນກໍໄດ້ຢູ່ໃນລົດຮົບຂອງລາວ, ເພື່ອພົບກັບເຢຮູ. ພວກເຂົາທັງສອງໄດ້ພົບລາວຢູ່ທີ່ ທີ່ດິນຂອງນາໂບດຊາວຢິດຊະເຣນ. \v 22 ເມື່ອ ໂຢຣາມໄດ້ຫລຽວເຫັນຢາຮູແລ້ວ, ເພິ່ນຈຶ່ງໄດ້ກ່າວວ່າ, " ເຢຮູ ມາຢ່າງສັນຕິຫລືບໍ່?" ເຢຮູຕອບວ່າ, "ຈະມີສັນຕິໄດ້ຢ່າງໃດ, ເມື່ອການນອກໃຈໂດຍການບູຊາຮູບເຄົາຣົບແລະການຝຶກເວດມົນຄາຖາຂອງ ເຊເບນແມ່ຂອງທ່ານຍັງມີ ຢູ່ຫລວງຫລາຍເຊັ່ນນີ້?"