lo_2ki_text_ulb_l3/08/13.txt

1 line
1.4 KiB
Plaintext

\v 13 ຮາຊາເອວຕອບວ່າ, "ແມ່ນໃຜເປັນຜູ້ຮັບໃຊ້ຂອງທ່ານ, ລາວຄວນເຮັດສິ່ງທີ່ຍິ່ງໃຫຍ່ນີ້ບໍ? ລາວເປັນພຽງຫມາເທົ່ານັ້ນ." ເອລີຊາໄດ້ຕອບວ່າ, "ພະຍາເວດໄດ້ສະແດງໃຫ້ຂ້າພະເຈົ້າເຫັນວ່າທ່ານຈະເປັນກະສັດປົກຄອງເມືອງອາຣາມ." \v 14 ຫຼັງຈາກນັ້ນ, ຮາຊາເອວກໍ່ໄດ້ໄປຈາກເອລີຊາ ແລະເຂົ້າຫາເຈົ້ານາຍຂອງທ່ານ, ຜູ້ທີ່ເວົ້າກັບທ່ານວ່າ, "ເອລີຊາໄດ້ເວົ້າຫຍັງກັບທ່ານ?" ທ່ານຕອບວ່າ, "ທ່ານໄດ້ບອກຂ້າພະເຈົ້າວ່າ ທ່ານຈະຫາຍດີຈາກການເຈັບປ່ວຍແນ່ນອນ." \v 15 ມື້ຕໍ່ມາ ຮາຊາເອວ ໄດ້ເອົາຜ້າຫົ່ມມາຈຸ່ມລົງນໍ້າ, ແລະ ເອົາລົງໄປຄຸມທີ່ຫນ້າຂອງເບັນຮາດັດຈົນພະອົງເສຍຊີວິດ. ຫຼັງຈາກນັ້ນ ຮາຊາເອວ ໄດ້ຂຶ້ນເປັນກະສັດແທນ.