lo_2ki_text_ulb_l3/08/10.txt

1 line
1.4 KiB
Plaintext

\v 10 ເອລີຊາໄດ້ກ່າວກັບທ່ານວ່າ, "ຈົງໄປບອກທ່ານເບັນຮາດັດວ່າ, 'ທ່ານຈະຫາຍດີແນ່ນອນ, ແຕ່ພະຍາເວດ ໄດ້ສະແດງໃຫ້ຂ້າພະເຈົ້າເຫັນວ່າພະອົງຈະເສຍຊີວິດແນ່ນອນ." \v 11 ແລ້ວເອລີຊາໄດ້ແນມເບິ່ງຮາຊາເອວຈົນທ່ານຈົນທ່ານຮູ້ສຶກອາຍ, ແລະຄົນຂອງພຣະເຈົ້າກໍ່ໄດ້ຮ້ອງໄຫ້. \v 12 ຮາຊາເອວຈຶ່ງຖາມວ່າ,“ ເປັນຫຍັງເຈົ້ານາຍຂອງຂ້າພະເຈົ້າຈິ່ງຮ້ອງໄຫ້?” ທ່ານຕອບວ່າ, "ເພາະວ່າຂ້າພະເຈົ້າຮູ້ເຖິງຄວາມຊົ່ວຮ້າຍທີ່ທ່ານຈະກະທຳຕໍ່ຊາວອິດສະຣາເອນ. ທ່ານຈະເອົາໄຟເຜົາປ້ອມກອງກຳລັງຂອງພວກເຂົາ, ແລະທ່ານຈະຂ້າຄົນຫນຸ່ມດ້ວຍດາບ, ຈັບເດັກນ້ອຍຟາດຈົນມຸ່ນ, ແລະຜ່າທ້ອງຜູ້ຍິງຖືພາ. "