lo_2ki_text_ulb_l3/06/17.txt

1 line
1.7 KiB
Plaintext

\v 17 ເອລີຊາໄດ້ອະທິຖານ ແລະ ກ່າວວ່າ, "ພຣະເຢໂຮວາ, ຂ້າພະເຈົ້າຂໍອະຖິຖານໃຫ້ທ່ານເປີດຕາຂອງເຂົາເພື່ອພວກເຂົາຈະໄດ້ເຫັນ." ຫຼັງຈາກນັ້ນ ພະຍາເວດ ໄດ້ເປີດຕາຂອງຄົນຮັບໃຊ້ຄົນນັ້ນ, ແລະລາວກໍ່ໄດ້ເຫັນ ພູເຂົາເຕັມໄປດ້ວຍມ້າ ແລະ ລົດມ້າໄຟອ້ອມຮອບເອລີເຊ! \v 18 ໃນເວລາທີ່ຊາວຊີເຣຍໄດ້ລົງມາຫາທ່ານ, ເອລີຊາໄດ້ອະທິຖານຕໍ່ພຣະຍາເວດ ແລະ ກ່າວວ່າ, "ພະອົງ ໄດ້ໂປດ ຂໍໃຫ້ຄົນເຫລົ່ານີ້ຕາບອດ." ດັ່ງນັ້ນພະຍາເວດ ຈິ່ງໄດ້ເຮັດໃຫ້ພວກເຂົາຕາບອດຄືກັບທີ່ເອລີຊາໄດ້ຂໍ. \v 19 ຫຼັງຈາກນັ້ນເອລີຊາຈິ່ງໄດ້ບອກຊາວອາຣາມເຫລົ່ານັ້ນວ່າ, "ບໍ່ແມ່ນທາງນີ້ ແລະ ບໍ່ແມ່ນເມືອງນີ້ ຈົ່ງຕິດຕາມຂ້າພະເຈົ້າມາ ແລະ ຂ້າພະເຈົ້າຈະພາທ່ານໄປຫາຜູ້ຊາຍທີ່ທ່ານກຳລັງຊອກຫາຢູ່." ຈາກນັ້ນທ່ານໄດ້ນຳພາພວກເຂົາໄປເມືອງຊາມາເຣຍ.