1 line
2.1 KiB
Plaintext
1 line
2.1 KiB
Plaintext
\v 12 ກະສັດໂຢຊີຢາໄດ້ທຳລາຍແທ່ນບູຊາເທິງຫລັງຄາຫ້ອງຊັ້ນເທິງຂອງອາຮາດ, ເຊິ່ງບັນດາກະສັດຂອງຢູດາໄດ້ສ້າງຂື້ນ, ແລະ ແທ່ນບູຊາທີ່ມານາເຊໄດ້ສ້າງຂຶ້ນໃນເດີ່ນທັງສອງຂອງພຣະວິຫານຂອງພຣະຢາເວ, ໂຢຊີຢາໄດ້ຊົງທຸບມ້າງສິ່ງເຫລົ່ານັ້ນເປັນປ່ຽງໆ ແລະ ໂຍນມັນຖີ້ມໄປໃນຮ່ອມພູກິດໂຮນ. \v 13 ກະສັດໄດ້ທຳລາຍສະຖານທີ່ສູງເຊິ່ງທີ່ຢູ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ, ແລະ ຢູ່ທາງທິດໃຕ້ຂອງພູເຂົາແຫ່ງການຊົ່ວຊ້ານັ້ນເສຍຄວາມບໍຣິສຸດ ທີ່ຊາໂລໂມນກະສັດແຫ່ງອິດສະຣາເອນໄດ້ສ້າງໄວ້ສຳລັບພະອັດສະຕາກ, ເປັນຮູບບູຊາສິ່ງທີ່ຫນ້າລັງກຽດຂອງຊາວຊີໂດນ; ແລະ ສຳລັບພະເຄໂມດ, ເປັນຮູບເຄົາລົບສິ່ງທີ່ຫນ້າລັງກຽດຂອງຊາວໂມອາບ; ແລະ ສຳລັບພະມິນກົມ, ເປັນຮູບເຄົາລົບທີ່ຫນ້າລັງກຽດຂອງຊາວອຳໂມນ. \v 14 ພະອົງໄດ້ທຸບເສົາທີ່ສັກສິດອອກເປັນປ່ຽງໆ ແລະ ໂຄ່ນບັນດາເສົາທັງຂອງອາເຊຣາລົງແລ້ວກໍເອົາບັນດາກະດູກຂອງມະນຸດຖົມໃສ່ທີ່ນັ້ນ. |