lo_2ki_text_ulb_l3/22/01.txt

1 line
985 B
Plaintext

\c 22 \v 1 ໂຢຊີ​ຢາຊົງມີອາຍຸໄດ້ແປດປີເມື່ອພະ​ອົງຄອງຣາ​; ພະ​ອົງໄດ້ປົກຄອງສາມສິບ-ເອັດປີໃນນະ​ຄອນເຢຣູຊາເລັມ. ແມ່ຂອງພະ​ອົງ​ມີ​ນາມຊື່ວ່າ ເຢ​ດີ​ດາ (ນາງເປັນລູກສາວຂອງອາ​ດາ​ຢາ ແລະ ເປັ​ນ​ຊາວ​ເມືອງ​ໂບ​ຊະ​ກາດ). \v 2 ພະ​ອົງໄດ້ເຮັດສິ່ງທີ່ຊອບ​ທຳໃນສາຍ​ພະ​ເນດຂອງພຣະຢາເວ. ພະ​ອົງໄດ້ຊົງ​ດຳເນີນຕາມທາງຫມົດຂອງດາວິດບັນພະບຸລຸດຂອງພະ​ອົງ, ແລະ ພະ​ອົງບໍ່ໄດ້ຊົງຫັນເຫໄປທາງຂວາ ຫລື ທາງຊ້າຍ.