lo_2ki_text_ulb_l3/19/05.txt

1 line
1.2 KiB
Plaintext

\v 5 ດັ່ງນັ້ນ ເມື່ອຜູ້ຮັບໃຊ້ຂອງກະສັດເຮເຊກີຢາ​ໄດ້​ມາເຖິງເອຊາຢາ, \v 6 ແລະເອຊາຢາໄດ້ບອກພວກເຂົາທັງ​ຫລາຍວ່າ, ''ຈົ່ງ​ບອກນາຍຂອງທ່ານ​ເຖີດວ່າ: 'ພຣະຢາ​ເວໄດ້ກ່າວດັ່ງນີ້ວ່າ, "ຢ່າຢ້ານເພາະຖ້ອຍຄຳທີ່ທ່ານໄດ້ຍິນນັ້ນ, ເຊິ່ງຜູ້ຮັບໃຊ້ທັງ​ຫລາຍຂອງກະສັດແຫ່ງອັດຊີເຣຍໄດ້ຫມິ່ນປະຫມາດເຮົາ. \v 7 ​ເບີ່ງ​ເຖີດ, ເຮົາ​ຈະ​ໃສ່​ວິນ​ຍານ​ຢ່າງ​ຫນື່ງ​ໃນ​ລາວ, ເພື່ອວ່າລາວອາດຈະໄດ້ຍິນຂ່າວລື ແລະ ກັບໄປທີ່ແຜ່ນດິນຂອງລາວ. ແລະ ເຮົາຈະເຮັດໃຫ້ລາວລົ້ມລົງດ້ວຍດາບໃນດິນແດນຂອງລາວເອງ."'