lo_2ki_text_ulb_l3/13/03.txt

1 line
1.4 KiB
Plaintext

\v 3 ຄວາມໂກດຮ້າຍຂອງ ພຣະຢາເວ ກໍມີຫລາຍຂຶ້ນຕໍ່ອິດສະຣາເອນ, ແລະພຣະອົງໄດ້ຊົງມອບເຂົາທັງຫລາຍໄວ້ໃນມືຮາຊາເອນ ກະສັດແຫ່ງອາຣາມແລະໃນມືຂອງເບັນຮາດາດ ລູກຊາຍຂອງຮາຊາເອນ ຢ່າງຕໍ່ເນື່ອງ. \v 4 ດັ່ງນັ້ນເຢໂຮອາຮາດໄດ້ຊົງພາວັນນາອະທິຖານຕໍ່ພຣະຢາເວ, ແລະພຣະຢາເວໄດ້ຊົງຟັງເພິ່ນ ເພາະພຣະອົງໄດ້ຊົງເຫັນການກົດຂີ່ອິດສະຣາເອນ, ຄືທີ່ກະສັດແຫ່ງອາຣາມໄດ້ຊົງກົດຂີ່ພວກເຂົາ. \v 5 ດັ່ງນັ້ນພຣະຢາເວໄດ້ຊົງປະທານຜູ້ນຳຄົນຫນຶ່ງແກ່ອິດະຣາເອນ, ແລ້ວພວກເຂົາຈຶ່ງໄດ້ລອດພົ້ນຈາກມືຂອງຄົນອາຣາມ, ແລະປະຊາຊົນອິດສະຣາເອນກໍໄດ້ອາໄສຢູ່ໃນບ້ານຂອງພວກເຂົາຢ່າງທີ່ເຄີຍມີມາກ່ອນນີ້.