lo_2ki_text_ulb_l3/12/17.txt

1 line
1.3 KiB
Plaintext

\v 17 ແລ້ວຮາຊາເອນກະສັດແຫ່ງອາຣາມໄດ້ຊົງຂຶ້ນໄປລົບກັບເມືອງກາດ, ແລະຢຶດເມືອງນັ້ນໄດ້. ແລ້ວຮາຊາເອນກໍໄດ້ຫັນຂຶ້ນໄປໂຈມຕີກຸງເຢຣູຊາເລັມ. \v 18 ໂຢອາດກະສັດແຫ່ງຢູດາໄດ້ນຳເອົາສິ່ງຂອງສັກສິດທັງຫມົດທີ່ເຢໂຮຊາຟັດແລະເຢໂຮຣາມແລະອາຮາຊີຢາ, ບັນພະບູລຸດຂອງພະອົງ, ຜູ້ເປັນກະສັດແຫ່ງຢູດາ, ໄດ້ຊົງສຳລະໃຫ້ບໍລິສຸດໄວ້ນັ້ນ, ແລະສິ່ງຂອງສັກສິດຂອງພະອົງເອງ, ແລະທອງຄຳທັງຫມົດທີ່ໄດ້ເຫັນໃນຄັງຂອງພຣະວິຫານພຣະຢາເວ ແລະວັງຂອງກະສັດມາແລະພະອົງໄດ້ສົ່ງສິ່ງເຫລົ່ານີ້ໄປໃຫ້ຮາຊາເອນກະສັດແຫ່ງອາຣາມ. ແລ້ວຮາຊາເອນກໍໄດ້ຊົງຖວາຍຊັບໄປຈາກກຸງເຢຣູຊາເລັມ.