lo_2ki_text_ulb_l3/10/04.txt

1 line
1.1 KiB
Plaintext

\v 4 ແຕ່ພວກເຂົາຢ້ານແລະເວົ້າກັນວ່າ, "ເບິ່ງແມ, ກະສັດສອງຄົນບໍ່ສາມາດຕ້ານທານເຢຮູໄດ້. ດັ່ງນັ້ນພວກເຮົາຈະຕ້ານທານໄດ້ຢ່າງໃດ?" \v 5 ແລ້ວຄົນທີ່ຮັບຜິດຊອບພະລາດຊະວັງ, ແລະຜູ້ທີ່ເປັນຜູ້ປົກຄອງເມືອງ, ແລະພວກຜູ້ເຖົ້າແກ່ພ້ອມທັງຜູ້ທີ່ລ້ຽງດູເດັກນ້ອຍ, ໄດ້ສົ່ງຂ່າວໄປຫາເຢຮູ, ໂດຍກ່າວວ່າ, "ພວກເຮົາເປັນຜູ້ຮັບໃຊ້ຂອງພວກທ່ານ. ພວກເຮົາຈະເຮັດທຸກຢ່າງທີ່ທ່ານສັ່ງພວກເຮົາ. ພວກເຮົາຈະບໍ່ແຕ່ງຕັ້ງກະສັດຜູ້ໃດເລີຍ. ຂໍເຮັດຕາມສິ່ງທີ່ດີໃນສາຍຕາຂອງທ່ານ. "