lo_2ki_text_ulb_l3/07/12.txt

1 line
1.4 KiB
Plaintext

\v 12 ແລ້ວກະສັດໄດ້ຕື່ນຂຶ້ນໃນຕອນກາງຄືນ ແລະ ກ່າວກັບຜູ້ຮັບໃຊ້ຂອງພະອົງວ່າ,“ ເຮົາຈະບອກພວກເຈົ້າດຽວນີ້ ໃນສິ່ງທີ່ຊາວອາຣາມໄດ້ກະທໍາກັບພວກເຮົາ, ພວກເຂົາຮູ້ວ່າພວກເຮົາອຶດຢາກ, ດັ່ງນັ້ນພວກເຂົາຈຶ່ງໄດ້ອອກຈາກຄ້າຍເພື່ອລີ້ຊ່ອນຕົວຢູ່ໃນທົ່ງນາຂອງພວກເຂົາ ໂດຍກ່າວວ່າ, 'ເມື່ອອິດສະຣາເອນອອກຈາກເມືອງ ເຮົາຈະຈັບເປັນພວກເຂົາ, ແລະ ຈະເຂົ້າໄປໃນເມືອງ.'" \v 13 ຜູ້ຮັບໃຊ້ຄົນຫນຶ່ງຂອງກະສັດໄດ້ຕອບແລະທູນວ່າ, "ກະລຸນາໃຫ້ບາງຄົນເອົາມ້າຫ້າໂຕທີ່ຍັງເຫລືອຢູ່ໃນເມືອງໄປ. ພວກເຂົາເປັນຄືກັບຄົນອິດສະຣາເອນທີ່ເຫລືອຢູ່ - ປະຈຸບັນສ່ວນຫລາຍແມ່ນຕາຍແລ້ວ, ຂໍໃຫ້ພວກເຮົາສົ່ງພວກເຂົາໄປ ແລະ ເບິ່ງ. "