1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 15 ໂຢຊີຢາໄດ້ທຳລາຍແທ່ນບູຊາທີ່ເບັດເອນກັບສະຖານທີ່ສູງເຊິ່ງໄດ້ຊົງຕັ້ງຂື້ນໂດຍເຢໂຣໂບອາມລູກຊາຍຂອງເນບັດ (ຜູ້ໄດ້ນຳອິດສະຣາເອນໃຫ້ເຮັດບາບ) ພະອົງໄດ້ຊົງເຜົາແທ່ນບູຊາກັບສະຖານທີ່ສູງນັ້ນລົງ. ແລະໄດ້ເຜົາສະຖານທີ່ສູງນັ້ນແລ້ວບົດໃຫ້ເປັນຝຸ່ນ. ພະອົງຍັງໄດ້ເຜົາເສົາອາເຊຣາດ້ວຍ. \v 16 ໃນຂະນະທີ່ໂຢຊີຢາໄດ້ສັງເກດໄປອ້ອມໆບໍລິເວນນັ້ນ, ພະອົງໄດ້ສັງເກດເຫັນຫລຸມຝັງສົບທີ່ຢູ່ຂ້າງພູເຂົາ. ພະອົງໄດ້ສົ່ງຄົນໃຫ້ໄປເອົາບັນດາກະດູກອອກຈາກຫລຸມຝັງສົບ; ແລະ ພະອົງໄດ້ເຜົາເທິງແທ່ນບູຊາ, ເພື່ອເຮັດໃຫ້ຄວາມສັກສິດເສີຍຫາຍ. ຕາມຖ້ອຍຄຳຂອງອົງພຣະຢາເວເຊິ່ງຄົນຂອງພຣະເຈົ້າໄດ້ກ່າວໄວ້, ຄົນທີ່ເຄີຍກ່າວເຖິງສິ່ງເຫລົ່ານີ້ໄວ້ກ່ອນແລ້ວ. |