lo_2ki_text_ulb_l3/22/08.txt

1 line
1.6 KiB
Plaintext

\v 8 ຮິນກ​ີ​ຢາ​ມະ​ຫາປະໂຣຫິດ​ໄດ້ເວົ້າກັບ​ຊາ​ຟານ​ອົງ​ຄະ​ລັກວ່າ, "ຂ້າ​ພະ​ເຈົ້າໄດ້ເຫັນຫນັງ​ສືກົດບັນ​ຍັດໃນພ​ຣະ​ວິຫານຂອງພຣະຢາເວ." ດັ່ງນັ້ນ ຮິນກ​ີ​ຢາໄດ້ມອບ​ຫນັງ​ສື​ນັ້ນໃຫ້ຊາ​ຟານ, ແລະ ລາວກໍໄດ້ອ່ານ. \v 9 ຊາ​ຟານໄດ້ຈາກໄປ ແລະ ໄດ້ເອົາຫນັງສືໄປ​ຖວາຍກະສັດ, ແລະ ໄດ້ລາຍງານກັບພະ​ອົງ, ວ່າ, “ຜູ້ຮັບໃຊ້ຂອງພະ​ອົງໄດ້ຈ່າຍເງິນທີ່ພົບໃນພຣະວິຫານ ແລະ ພວກເຂົາໄດ້ນຳເງິນເຂົ້າໄປມອບໄວ້ໃນກຳມືຂອງ​ຄົນ​ງ​ານ​ຜູ້ທີ່ເຮັດ​ຫນ້າ​ທີ່ເບີ່ງ​ແຍງພ​ຣະ​ວິຫານຂອງພຣະຢາເວ." \v 10 ແລ້ວຊາ​ຟານ​​ອົງ​ຄະ​ລັກໄດ້​ກ່າວ​ຕໍ່​ກ​ະ​ສັດວ່າ, "ຮິນກ​ີ​ຢາ​ມະ​ຫາປະໂຣຫິດໄດ້ມອບ​ຫນັງ​ສືແກ່ຂ້າ​ພະ​ອົງ​ຫນຶ່ງ​ເຫລັ້ມ." ແລ້ວ​ຊາ​ຟານ​ກໍ​ໄດ້ອ່ານຖວາຍກະສັດ.