1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 26 ແລ້ວເອລີອາກີມ ລູກຊາຍຂອງຮິນກີຢາ, ແລະ ເຊັບນາ, ແລະ ໂຢອາດໄດ້ເວົ້າກັບຜູ້ບັນຊາການໃຫຍ່ວ່າ, "ຂໍເວົ້າກັບຜູ້ຮັບໃຊ້ຂອງທ່ານດ້ວຍພາສາອາຣາມເຖີດ, ເພາະວ່າພວກຂ້າພະເຈົ້າເຂົ້າໃຈພາສານັ້ນ. ຢ່າເວົ້າກັບຂ້າພະເຈົ້າດ້ວຍພາສາຢູດາໃຫ້ເຂົ້າຫູປະຊາຊົນຜູ້ຢູ່ເທິງກຳແພງນັ້ນເລີຍ.” \v 27 ແຕ່ຜູ້ບັນຊາການໃຫຍ່ໄດ້ເວົ້າກັບພວກເຂົາທັງຫລາຍວ່າ, "ເຈົ້ານາຍຂອງຂ້າພະເຈົ້າໃຊ້ໃຫ້ມາເວົ້າຖ້ອຍຄຳເຫລົ່ານີ້ແກ່ເຈົ້ານາຍຂອງທ່ານ ແລະ ແກ່ທ່ານເທົ່ານັ້ນບໍ? ບໍ່ແມ່ນໃຫ້ເວົ້າກັບຄົນທີ່ນັ່ງຢູ່ເທິງກຳແພງ, ຜູ້ທີ່ຈະຕ້ອງກິນອາຈົມ ແລະ ດື່ມຍ່ຽວຂອງພວກເຂົາເອງພ້ອມກັບທ່ານດ້ວຍບໍ?" |