lo_2ki_text_ulb_l3/10/12.txt

1 line
1.4 KiB
Plaintext

\v 12 ແລ້ວເຢຮູໄດ້ ລຸກຂຶ້ນແລະອອກໄປ; ລາວໄປເມືອງຊາມາເຣຍ. ໃນລະຫວ່າງທາງທີ່ລາວໄປຮອດທີເບັດອີເກັດ ເຂດຫມູ່ບ້ານຂອງຜູ້ລ້ຽງແກະ, \v 13 ລາວໄດ້ພົບອ້າຍນ້ອງຂອງກະສັດອາຮາຊີຢາແຫ່ງຢູດາ. ເຢຮູໄດ້ຖາມວ່າ, "ພວກທ່ານແມ່ນໃຜ?" ພວກເຂົາຕອບວ່າ, "ພວກເຮົາເປັນອ້າຍນ້ອງຂອງອາຮາຊີຢາ, ແລະພວກເຮົາກຳລັງຈະໄປຢ້ຽມບັນດາລູກຊາຍຂອງກະສັດແລະຂອງຣາຊີນີເຢຊາເບນ." \v 14 ເຢຮູໄດ້ເວົ້າກັບພວກຄົນຂອງລາວວ່າ,“ ຈັບເປັນພວກເຂົາ.” ດັ່ງນັ້ນພວກເຂົາຈຶ່ງຈັບເປັນຄົນເຫລົ່ານັ້ນແລະຂ້າພວກເຂົາທັງສີ່ສິບສອງຄົນທີ່ນໍ້າສ້າງຂອງເບັດອີເກັດ, . ລາວບໍ່ໄດ້ປ່ອຍໃຫ້ພວກເຂົາຢູ່ລອດຈັກຄົນດຽວ.