lo_2ki_text_ulb_l3/04/12.txt

1 line
1012 B
Plaintext

\v 12 ເອລີຊາໄດ້ກ່າວກັບເກຫະຊີຄົນຮັບໃຊ້ຂອງທ່ານວ່າ,“ ຈົ່ງໄປເອີ້ນຜູ້ຍິງຊາວຊຸູເນມຄົນນີ້ມາ.” ເມື່ອທ່ານໄດ້ເອີ້ນນາງ, ນາງໄດ້ຢືນຢູ່ຕໍ່ຫນ້າທ່ານ. \v 13 ເອລີຊາໄດ້ກ່າວກັບເກຫະຊີວ່າ,“ ຈົ່ງບອກກັບນາງວ່າ, ທ່ານລໍາບາກແບບນີ້ເພື່ອຂ້າພະເຈົ້າ ຈະໃຫ້ຂ້າພະເຈົ້າເຮັດສິ່ງໃດເພື່ອທ່ານໄດ້ແດ່? ຫລືຈະໃຫ້ກ່າວຫຍັງກັບຜູ້ບັນຊາການກອງທັບ? ""ນາງໄດ້ຕອບວ່າ ຂ້າພະເຈົ້າຢູ່ສະບາຍດີໃນທ່າມກາງຄົນຂອງຂ້າພະເຈົ້າ."