lo_2ki_text_ulb_l3/15/29.txt

1 line
1.6 KiB
Plaintext

\v 29 ໃນລະຫວ່າງການປົກຄອງຂອງເປກາກະສັດແຫ່ງອິດສະຣາເອນ, ຕິກ​ະລາດ​ປີ​ເລ​ເສ ກະສັດແຫ່ງອັດຊີເຣຍໄດ້ເຂົ້າມາຢຶດເອົາເມືອງ​ອີໂຢນ, ອາເບັນເບັດມາ​ອາ​ກາ, ຢາ​ໂນ​ອາ, ຄາເດັດ, ຮາ​ໂຊ, ກິ​ເລ​ອາດ, ຄາລີເລ, ແລະດິນແດນນັບ​ທາ​ລີທັງ​ຫມົດ. ພະ​ອົງ​ຊົງ​ໄດ້​ຕ້ອນ​ໂຮ​ມ​ປະ​ຊາ​ຊົນ​ໄປ​ເປັນ​ຊະ​ເລີຍ​ໃນ​ອັດ​ຊີ​ເຣຍ. \v 30 ດັ່ງ​ນັ້ນ ໂຮເຊຢາລູກຊາຍຂອງເອ​ລາໄດ້ຮ່ວມກັນຄິດ​ກະ​ບົດ​ຕໍ່​ເປ​ກາລູກຊາຍຂອງເຣມາລີຢາ. ລາວ​ໄດ້​ໂຄ່ນ​ລົ້ມພ​ະ​ອົງລົງ ແລະ ປະ​ຫານ​ພ​ະ​ອົງ. ແລ້ວລາວກໍໄດ້ຂຶ້ນເປັນກະສັດແທນ, ໃນປີທີຊາວແຫ່ງການປົກຄອງຂອງໂຢທາມລູກຊາຍຂອງອຸດຊີ​ຢາ. \v 31 ສ່ວນ​ຣາ​ຊະ​ກິດອື່ນໆຂອງເປກາ, ແລະທຸກສິ່ງທີ່ໄດ້ຊົງເຮັດ, ມີບັນທຶກໃນຫນັງ​ສືພົງສາວະດານກະສັດແຫ່ງອິດສະຣາເອນ.