lo_2ki_text_ulb_l3/18/31.txt

1 line
1.6 KiB
Plaintext

\v 31 ຢ່າຟັງເຮເຊກີຢາ, ເພາະວ່າກະສັດແຫ່ງອັດຊີເຣຍໄດ້ກ່າວວ່າ: 'ຈົ່ງ​ຍອມ​ຈຳ​ນົນ​ຕໍ່​ຂ້າ​ພະ​ເຈົ້າ ແລະ ອອກ​ມາ​ຫາ​ຂ້າ​ພະ​ເຈົ້າ. ແລ້ວທ່ານແຕ່ລະຄົນຈະກິນຈາກເຄືອອະ​ງຸ່ນຂອງຕົນ ແລະຈາກຕົ້ນຫມາກເດື່ອຂອງຕົນເອງ, ແລະຈະໄດ້ດື່ມນ້ຳຈາກບໍ່ເກັບນໍ້າຂອງ​ຕົນ. \v 32 ຈົນກ່ວາຂ້າພະເຈົ້າຈະ​ມາພາທ່ານໄປທີ່ແຜ່ນ​ດິນ​ທີ່ຄ້າຍຄືກັບແຜ່ນ​ດິນຂອງທ່ານເອງ, ເປັນ​ແຜ່ນດິນທີ່​ມີເຂົ້າ ແລະ ເຫລົ້າອະ​ງຸ່ນໃຫມ່, ເປັນ​ແຜນ​ດິນ​ທີ່​ມີເຂົ້າຈີ່ ແລະ ພວກສວນອະງຸ່ນ, ແຜ່ນດິນທີ່​ມີພວກຕົ້ນ​ຫມາກກອກ ແລະ ນໍ້າເຜິ້ງ, ເພື່ອວ່າທ່ານ​ທັງ​ຫລາຍຈະມີຊີວິດຢູ່ ແລະ ບໍ່ຕາຍ.' ຢ່າຟັງເຮເຊກີຢາເມື່ອທີ່ລາວຊັກຊວນທ່ານ, ໂດຍກ່າວວ່າ, 'ພຣະຢາເວຈະຊົງຊ່ວຍກູ້ພວກຂ້າ​ພ​ະ​ເຈົ້າ.'