lo_2ki_text_ulb_l3/17/07.txt

1 line
1.1 KiB
Plaintext

\v 7 ການທີ່​ໄດ້​ຕົກເປັນຊະເລີຍໃນຄັ້ງນີ້ກໍ​ເພາະວ່າປະຊາຊົນອິດສະຣາເອນໄດ້ເຮັດບາບຕໍ່ພຣະຢາເວພຣະເຈົ້າຂອງພວກເຂົາ, ຜູ້ທີ່ໄດ້ຊົງນຳພວກເຂົາອອກຈາກແຜ່ນດິນເອຢີບ, ຈາກພາຍໃຕ້ກຳມືຂອງຟາຣາໂອກະສັດແຫ່ງເອຢີບ. ເພາະວ່າປະຊາຊົນໄດ້ນະມັດສະການບັນ​ດາພະອື່ນໆ \v 8 ແລະໄດ້ປະພຶດຕາມ​ທຳ​ນຽມຂອງບັນດາປະຊາຊາດ ຊຶ່ງພຣະຢາເວໄດ້ຊົງຂັບໄລ່ຫນີໄປໃຫ້​ພົ້ນ​ຫນ້າຄົນອິດສະຣາເອນ, ແລະປະຕິບັດຕາມຢ່າງ​ທີ່ກະສັດແຫ່ງອິດສະຣາເອນທີ່ພວກພະ​ອົງໄດ້ຊົງເຮັດ.