1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 20 ແລ້ວເອຊາຢາລູກຊາຍຂອງອາໂມດໄດ້ສົ່ງຂ່າວໄປຫາເຮເຊກີຢາ, ກ່າວວ່າ, "ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນໄດ້ກ່າວດັ່ງນີ້ວ່າ, 'ເພາະວ່າທ່ານໄດ້ອະທິຖານຫາເຮົາກ່ຽວກັບເຊັນນາເກຣິບກະສັດແຫ່ງອັດຊີເຣຍ, ເຮົາໄດ້ຍິນຄຳອະທິຖານຂອງທ່ານແລ້ວ. \v 21 ສິ່ງນີ້ແມ່ນຖ້ອຍຄຳຂອງພຣະຢາເວທີ່ໄດ້ກ່າວເຖິງລາວ: "ລູກສາວພົມມະຈາຣີແຫ່ງຊີໂອນ ດູຖູກທ່ານ ແລະ ຫົວເຢາະເຢີ້ຍທ່ານ. ລູກສາວແຫ່ງເຢຣູຊາເລັມສັ່ນຫົວຂອງນາງໃສ່ທ່ານ. \v 22 ທ່ານໄດ້ເຢາະເຢີ້ຍ ແລະ ກ່າວຫຍາບຊ້າຕໍ່ຜູ້ໃດບໍ? ທ່ານໄດ້ຂື້ນສຽງຂອງທ່ານຕໍ່ຜູ້ໃດ ແລະ ໄດ້ເບີ່ງຕາຂອງທ່ານດ້ວຍຄວາມຍີ່ງຈອງຫອງຕໍ່ຜູ້ໃດບໍ? ກໍຕໍ່ອົງບໍຣິສຸດແຫ່ງອິດສະຣາເອນນັ້ນແຫລະ! |