1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 16 ຂ້າແດ່ພຣະຢາເວ, ຂໍໄດ້ຊົງງ່ຽງຫູ, ແລະ ຊົງຟັງ, ຂ້າແຕ່ພຣະຢາເວ,ຂໍຫລຽວເບິ່ງ, ແລະ ໄດ້ຊົງຟັງຖ້ອຍຄຳຂອງເຊັນນາເກຣິບ, ເຊິ່ງເຂົາໄດ້ສົ່ງມາເພື່ອເຢາະເຢີ້ຍພຣະເຈົ້າຜູ້ຊົງພຣະຊົນຢູ່. \v 17 ຂ້າແດ່, ພຣະຢາເວ. ເປັນຄວາມຈິງທີ່ກະສັດແຫ່ງອັດຊີເຣຍໄດ້ເຮັດໃຫ້ປະຊາຊາດ ແລະ ແຜ່ນດິນຂອງພວກເຂົາຮ້າງເປົ່າ. \v 18 ພວກເຂົາໂຍນພະຂອງພວກເຂົາລົງໃສ່ໃນກອງໄຟ, ເພາະສິ່ງເຫລົ່ານັ້ນບໍ່ແມ່ນພະເຈົ້າ ພຽງແຕ່ເປັນຜົນງານຂອງມືມະນຸດ, ແມ່ນໄມ້ ແລະ ຫີນ. ເພາະສະນັ້ນຊາວອັດຊີເຣຍຈຶ່ງທຳລາຍສິ່ງເຫລົ່ານັ້ນໄດ້. |