lo_2ki_text_ulb_l3/23/08.txt

1 line
1.4 KiB
Plaintext

\v 8 ໂຢຊີຢາໄດ້ຊົງໃຫ້​ນັກບວດທັງ​ຫມົດ​ອອກຈາກເມືອງຕ່າງໆຂອງຢູດາ ແລະ ໄດ້​ຊົງເຮັດໃຫ້ສະຖານທີ່ສູງຄືບ່ອນທີ່ນັກບວດໄດ້ຈູດເຄື່ອງ​ຫອມ​ເສຍ​ຄວາມ​ສັກ​ສິດ, ຕັ້ງ​ແຕ່​ເມືອງ​ເກ​ບາເຖິງເບ​ເອນ​ເຊ​ບາ. ແລະ ພະ​ອົງໄດ້ທຳລາຍສະຖານທີ່ສູງຂອງປະຕູເຊິ່ງຢູ່ທາງເຂົ້າປະຕູຂອງໂຢຊວຍ (ເຈົ້າເມືອງ), ທີ່ຢູ່ເບື້ອງຊ້າຍມ​ືທີ່ປະຕູເມືອງ. \v 9 ເຖິງແມ່ນວ່າບັນ​ດານັກບວດທຸກແຫ່ງ​ສະຖານສູງບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດຫນ້າທີ່ຢູ່ທີ່ແທ່ນບູຊາຂອງພຣະຢາເວໃນນະ​ຄອນ ເຢຣູຊາເລັມ, ແຕ່ພວກເຂົາທັງ​ຫລາຍ​ໄດ້ກິນເຂົ້າຈີ່ບໍ່ມີເຊື້ອ ໃນບັນດາພ​ວກອ້າຍນ້ອງຂອງພວກເຂົາເອງ.