lo_2ki_text_ulb_l3/18/11.txt

1 line
1.3 KiB
Plaintext

\v 11 ດັ່ງນັ້ນກະສັດແຫ່ງອັດຊີເຣຍໄດ້ກວາດ​ຕ້ອນ​ຊາວອິດສະຣາເອນໄປທີ່ອັດຊີເຣຍ ແລະໄດ້ນຳພາພວກເຂົາໄປໄວ້ທີ່ ຮາ​ລາ, ແລະທີ່ແມ່ນ້ຳ ຮາ​ໂບ ແຫ່ງ​ເມືອງ​ໂກ​ຊານ, ແລະໃນເມືອງຕ່າງໆຂອງຊາວ​ເມ​ເດຍ. \v 12 ພ​ຣະ​ອົງ​ໄດ້​ຊົງເຮັດໃນສິ່ງນີ້ເພາະວ່າພວກເຂົາບໍ່ເຊື່ອຟັງພ​ຣະ​ສຸ​ລະສຽງຂອງພຣະຢາ​ເວພຣະເຈົ້າຂອງພວກເຂົາ, ແຕ່ພວກເຂົາໄດ້ເຮັດ​ຜິ​ດ​ຕໍ່ຂໍ້​ກຳ​ນົດຂອງພັນທະສັນຍາຂອງ​ພ​ຣະ​ອົງ, ຄືໄດ້ເຮັດຜິດຕໍ່ທຸກຢ່າງ​ເຊິ່ງໂມເຊຜູ້ຮັບໃຊ້ຂອງພຣະຢາ​ເວໄດ້ສັ່ງໄວ້. ພວກເຂົາທັງ​ຫລາຍໄດ້ປະຕິເສດທີ່ຈະເຊື່ອຟັງ ຫລື ປະ​ຕິ​ບັດ​ຕາມ.