1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 24 ຕໍ່ມາ ພາຍຫລັງເບັນຮາດາດກະສັດແຫ່ງອາຣາມ ໄດ້ຮວບຮວມກອງທັບທັງຫມົດຂອງພະອົງ ແລະໄດ້ໄປໂຈມຕີເມືອງຊາມາເຣຍ ແລະ ປິດລ້ອມເມືອງດັ່ງກ່າວ. \v 25 ດັ່ງນັ້ນຈື່ງໄດ້ເກີດມີຄວາມອຶດຢາກຢ່າງຫນັກຫນ່ວງໃນເມືອງສະມາເຣຍ. ເບິ່ງເເມ, ຂະນະເມື່ອພວກເຂົາໄດ້ປິດລ້ອມເມືອງໄວ້ ຂະຫນາດຫົວຂອງລໍໂຕຫນຶ່ງຍັງມີລາຄາສູງ ເປັນເງິນຫນັກເຖິງແປດສິບເຊກຽນ, ແລະ ເມັດຖົ່ວປ່າຂະຫນາດຈຸດສີ່ມີລາຄາຂາຍເຖິງຫ້າເຊກຽນ. \v 26 ຂະນະທີ່ກະສັດແຫ່ງອິດສະຣາເອນ ກຳລັງຍ່າງຜ່ານໃກ້ກຳແພງເມືອງ, ມີຜູ້ຍິງຄົນຫນຶ່ງ ໄດ້ຮ້ອງຫາພະອົງວ່າວ່າ, "ຂ້າແດ່ກະສັດ, ຂໍຊົງຊ່ວຍດ້ວຍເຖີດ, ກະສັດຂອງຂ້ານ້ອຍ." |