lo_2ki_text_ulb_l3/21/10.txt

1 line
1.3 KiB
Plaintext

\v 10 ດັ່ງນັ້ນ ພຣະຢາເວໄດ້ກ່າວກັບພວກຜູ້​ທຳ​ນວ​າຍຜູ້ຮັບໃຊ້, ຂອງພ​ຣະ​ອົງ, ວ່າ, \v 11 "ເພາະ​ວ່າມານາເຊກະສັດ​ແຫ່ງຢູດາໄດ້ເຮັດສິ່ງທີ່ຫນ້າກຽດຊັງເຫລົ່ານີ້, ແລະການເຮັດສິ່ງທີ່ຊົ່ວຮ້າຍກວ່າຄົນອະໂມ​ຣິດ​ຜ​ູ້ທີ່ຢູ່ມາກ່ອນລາວໄດ້ເຮັດທັງ​ຫມົດ, ອີກ​ທັງຍັງເຮັດໃຫ້ຢູດາເຮັດບາບກັບບັນ​ດາຮູບເຄົາລົບຂອງລາວ, \v 12 ເພາະ​ສະນັ້ນ ພຣະຢາເວ, ພ​ຣະ​ເຈົ້າ​ແຫ່ງອິດສະຣາເອນ, ກ່າວດັ່ງນີ້ວ່າ: ເບີ່ງ​ເຖີດ, ເຮົາ​ກຳ​ລັງນຳ​ເຫດ​ຮ້າຍ​ມາ​ເຫນືອນະ​ຄອນ ເຢ​ຣູ​ຊາ​ເລັມ ແລະ ຢູ​ດາ​ທີ່ໃຜ​ກໍ​ຕາມທີ່ໄດ້ຍິນແລ້ວ, ຫູທັງ​ສອງ​ຂ້າງຂອງລາວຈະອື້​ໄປ.