lo_2ki_text_ulb_l3/21/07.txt

1 line
2.0 KiB
Plaintext

\v 7 ສ່ວນຮູບແກະສະຫລັກຂອງອາເຊຣາທີ່ພ​ະອົງໄດ້ຊົງສ້າງນັ້ນ, ພະ​ອົງ​ໄດ້​ຊົງຕັ້ງໄວ້ໃນພຣະະ​ວິ​ຫານ. ເຊິ່ງ​ພ​ຣະ​ວິ​ຫານນີ້ພຣະຢາເວໄດ້ກ່າວກັບດາວິດ ແລະ ຊາໂລໂມນລູກຊາຍຂອງພ​ະ​ອົງວ່າ; “ໃນວິ​ຫານນີ້ ແລະ ໃນນະ​ຄອນເຢຣູຊາເລັມ, ເຊິ່ງເຮົາໄດ້ເລືອກອອກຈາກຊົນເຜົ່າທັງ​ຫມົດ​ຂອງ​ອິດສະຣາເອນ, ທີ່​ເຮົາຈະໃສ່ຊື່ຂອງເຮົາໄວ້ຕະຫຼອດໄປ. \v 8 ເຮົາຈະບໍ່ເປັນ​ເຫດໃຫ້ຕີນຂອງອິດສະຣາເອນພະ​ເນ​ຈອນ​ອອກຈາກແຜ່ນດິນທີ່ເຮົາໄດ້ມອບໃຫ້ກັບບັນພະບຸລຸດຂອງພວກເຂົາອີກ, ຖ້າພຽງແຕ່ພວກເຂົາລະມັດລະວັງທີ່ຈະປະຕິບັດຕາມທຸກສິ່ງທີ່ເຮົາໄດ້ສັ່ງພວກເຂົາ, ແລະປະຕິບັດຕາມທຳ​ບັນຍັດທຸກຢ່າງທີ່ໂມເຊຜູ້ຮັບໃຊ້ຂອງເຮົ​າໄດ້ສັ່ງພວກເຂົາ.” \v 9 ແຕ່ປະຊາຊົນບໍ່ຍອມຟັງ, ແລະ ມານາ​ເຊໄດ້ຊົງນຳພວກເຂົາໃຫ້​ຫລົງໄປໃນທາງທີ່ຊົ່ວຮ້າຍກວ່າບັນ​ດາປະຊາຊາດ ເຊິ່ງພຣະຢາເວໄດ້ຊົງທຳລາຍໃຫ້​ພົ້ນ​ຫນ້າປະຊາຊົນອິດສະຣາເອນ.