1 line
1.1 KiB
Plaintext
1 line
1.1 KiB
Plaintext
\v 28 ແລ້ວຜູ້ບັນຊາການໃຫຍ່ໄດ້ຢືນຮ້ອງສຽງດັງເປັນພາສາເຮັບເລີ, ວ່າ, "ຈົ່ງຟັງຖ້ອຍຄຳຂອງກະສັດຣາທິຣາຊ, ກະສັດແຫ່ງອັດຊີເຣຍ. \v 29 ກະສັດກ່າວວ່າ, 'ຢ່າໃຫ້ເຮເຊກີຢາ ຫລອກລວງທ່ານທັງຫລາຍ, ເພາະວ່າລາວຈະບໍ່ສາມາດຊ່ວຍທ່ານໃຫ້ພົ້ນຈາກອຳນາດຂອງຂ້າພະເຈົ້າ. \v 30 ຢ່າໃຫ້ເຮເຊກີຢາເຮັດໃຫ້ທ່ານເພິ່ງພຣະຢາເວ, ໂດຍກ່າວວ່າ, "ພຣະຢາເວຈະໄດ້ຊົງຊ່ອຍກູ້ພວກຂ້າພະເຈົ້າແນ່ນອນ, ແລະ ຈະບໍ່ໄດ້ຊົງມອບເມືອງນີ້ໄວ້ໃນກຳມືຂອງກະສັດແຫ່ງອັດຊີເຣຍ."' |