1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 8 ຮິນກີຢາມະຫາປະໂຣຫິດໄດ້ເວົ້າກັບຊາຟານອົງຄະລັກວ່າ, "ຂ້າພະເຈົ້າໄດ້ເຫັນຫນັງສືກົດບັນຍັດໃນພຣະວິຫານຂອງພຣະຢາເວ." ດັ່ງນັ້ນ ຮິນກີຢາໄດ້ມອບຫນັງສືນັ້ນໃຫ້ຊາຟານ, ແລະ ລາວກໍໄດ້ອ່ານ. \v 9 ຊາຟານໄດ້ຈາກໄປ ແລະ ໄດ້ເອົາຫນັງສືໄປຖວາຍກະສັດ, ແລະ ໄດ້ລາຍງານກັບພະອົງ, ວ່າ, “ຜູ້ຮັບໃຊ້ຂອງພະອົງໄດ້ຈ່າຍເງິນທີ່ພົບໃນພຣະວິຫານ ແລະ ພວກເຂົາໄດ້ນຳເງິນເຂົ້າໄປມອບໄວ້ໃນກຳມືຂອງຄົນງານຜູ້ທີ່ເຮັດຫນ້າທີ່ເບີ່ງແຍງພຣະວິຫານຂອງພຣະຢາເວ." \v 10 ແລ້ວຊາຟານອົງຄະລັກໄດ້ກ່າວຕໍ່ກະສັດວ່າ, "ຮິນກີຢາມະຫາປະໂຣຫິດໄດ້ມອບຫນັງສືແກ່ຂ້າພະອົງຫນຶ່ງເຫລັ້ມ." ແລ້ວຊາຟານກໍໄດ້ອ່ານຖວາຍກະສັດ. |