1 line
1.9 KiB
Plaintext
1 line
1.9 KiB
Plaintext
\v 7 ດັ່ງນັ້ນ ອາຮາດຈຶ່ງໄດ້ຊົງສົ່ງຜູ້ສົ່ງຂ່າວສານໄປເຝົ້າຕິກະລາດປິເລເສ ກະສັດແຫ່ງອັດຊີເຣຍ, ເພື່ອເວົ້າວ່າ, “ຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງທ່ານ ແລະ ເປັນລູກຊາຍຂອງທ່ານ. ຂໍຊົງສະເດັດຂື້ນມາຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກກຳມືຂອງກະສັດແຫ່ງຊີເຣຍ ແລະ ຈາກກຳມືຂອງກະສັດອິດສະຣາເອນ, ຜູ້ໄດ້ມາໂຈມຕີຂ້າພະເຈົ້າດ້ວຍເຖີດ.” \v 8 ດັ່ງນັ້ນ ອາຮາດໄດ້ຊົງນຳເອົາເງິນ ແລະ ທອງຄຳທີ່ພົບເຫັນຢູ່ໃນພະນິເວດຂອງພຣະຢາເວ ແລະ ໃນຄັງຂອງພະຣາຊະວັງ ແລະພະອົງໄດ້ສົ່ງໄປເປັນຂອງຂັວນມອບແກ່ກະສັດແຫ່ງອັດຊີເຣຍ. \v 9 ແລ້ວກະສັດແຫ່ງອັດຊີເຣຍກໍໄດ້ຟັງພະອົງ, ແລະກະສັດແຫ່ງອັດຊີເຣຍກໍໄດ້ຊົງຍົກທັບຂຶ້ນໄປທີ່ເມືອງດາມັສກັດ, ແລະຢຶດໄດ້ທັງຕ້ອນໂຮມປະຊາຊົນຂອງເມືອງນັ້ນໄປເປັນຊະເລີຍທີ່ເມືອງກີຣະ. ພະອົງຍັງໄດ້ຂ້າເຣຊິນກະສັດແຫ່ງຊີເຣຍດ້ວຍເຊັ່ນກັນ. |