lo_2ki_text_ulb_l3/15/27.txt

1 line
915 B
Plaintext

\v 27 ໃນປີ​ທີຫ້າສິບ-ສອງແຫ່ງການປົກຄອງອາ​ຊາ​ຣີ​ຢາກະສັດແຫ່ງຢູດາ, ເປກາລູກຊາຍຂອງເຣມາລີຢາໄດ້​ເລີ່ມປົກຄອງອິດສະຣາເອນໃນເມືອງຊາມາເຣຍ; ພ​ຣະ​ອົງ​​ຊົງຄອງຣາ​ຊໄດ້ຊາວປີ. \v 28 ພ​ຣະ​ອົງໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ພ​ຣະ​ອົງບໍ່ໄດ້ຊົງປະຖິ້ມບາບທັງ​ຫລາຍຂອງເຢ​ໂຣ​ໂບ​ອາມລູກຊາຍຂອງເນບັດ, ຜູ້ທີ່​ເປັນ​ເຫດເຮັດໃຫ້ອິດສະຣາເອນເຮັດບາບດ້ວຍ.