1 line
2.0 KiB
Plaintext
1 line
2.0 KiB
Plaintext
\v 34 ໂຢທາມໄດ້ຊົງເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະຢາເວ. ພະອົງໄດ້ຊົງເຮັດທຸກຢ່າງຕາມແບບທີ່ອຸດຊີຢາພໍ່ຂອງພະອົງໄດ້ຊົງເຮັດ. \v 35 ເຖິງຢ່າງໃດກໍ່ຕາມ, ສະຖານສູງຍັງບໍ່ທັນຖືກກຳຈັດເທື່ອ. ປະຊາຊົນຍັງສືບຕໍ່ຖວາຍສັດບູຊາ ແລະ ເຜົາເຄື່ອງຫອມຢູ່ເທິງສະຖານສູງເຫລົ່ານັ້ນ. ໂຢທາມໄດ້ຊົງສ້າງປະຕູເທິງຂອງພຣະວິຫານແຫ່ງພຣະຢາເວ. \v 36 ສ່ວນພະຣາຊະກິດອື່ນໆຂອງໂຢທາມ, ແລະທຸກຢ່າງທີ່ຊົງໄດ້ເຮັດ, ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານຂອງກະສັດແຫ່ງຢູດາບໍ່ແມ່ນບໍ? \v 37 ໃນເວລານັ້ນພຣະຢາເວໄດ້ຊົງໃຊ້ເຣຊິນ ກະສັດແຫ່ງອາຣາມ, ແລະເປກາລູກຊາຍຂອງເຣມາລີຢາໃຫ້ມາສູ້ຮົບກັບຢູດາ. \v 38 ໂຢທາມໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸລຸດຂອງພະອົງ ແລະໄດ້ຖືກຝັງໄວ້ກັບບັນພະບຸລຸດຂອງພະອົງທີ່ເມືອງດາວິດ, ຜູ້ເປັນບັນພະບຸລຸດຂອງພະອົງ ແລ້ວອາຮາດ, ລູກຊາຍຂອງພະອົງ, ໄດ້ຂຶ້ນເປັນກະສັດແທນ. |