lo_2ki_text_ulb_l3/25/04.txt

1 line
994 B
Plaintext

\v 4 ຈາກນັ້ນເມືອງກໍ່ແຕກສະຫລາຍ. ແລະທະຫານທັງຫມົດ ໄດ້ຫນີອອກໄປໃນຕອນກາງຄືນຜ່ານປະຕູເມືອງໃນລະຫວ່າງກຳແພງທັງສອງດ້ານ, ທີ່ຢູ່ຂ້າງສວນຂອງກະສັດ, ເຖິງແມ່ນວ່າຊາວເຄເດຍຈະຢູ່ອ້ອມຮອບເມືອງ, ກະສັດໄດ້ອອກໄປຜ່ານທະເລຊາຍ ອາຣາບາ. \v 5 ແຕ່ກອງທັບຂອງຊາວເຄເດຍໄດ້ໄລ່ຕາມກະສັດເຊເດກີຢາ. ແລະໄດ້ມາພົບລາວໃນເຂດທົ່ງພຽງແມ່ນຳ້ຈໍແດນໃກ້ກັບເມືອງ ເຢຣີໂກ. ກອງທັບທັງຫມົດຂອງພະອົງກໍກະຈັດກະຈາຍໄປຈາກລາວ.