lo_2ki_text_ulb_l3/23/12.txt

1 line
2.1 KiB
Plaintext

\v 12 ກະສັດໂຢຊີຢາໄດ້ທຳລາຍແທ່ນບູຊາເທິງຫລັງຄາຫ້ອງຊັ້ນເທິງຂອງອາຮາດ, ເຊິ່ງບັນ​ດາກະສັດຂອງຢູດາໄດ້ສ້າງຂື້ນ, ແລະ ແທ່ນບູຊາທີ່ມານາເຊໄດ້ສ້າງຂຶ້ນໃນເດີ່ນທັງສອງຂອງພ​ຣະວິຫານຂອງພຣະຢາເວ, ໂຢ​ຊີ​ຢາ​ໄດ້​ຊົງ​ທຸບ​ມ້າງສິ່ງເຫລົ່ານັ້ນເປັນປ່ຽງໆ ແລະ ໂຍນມັນ​ຖີ້ມໄປໃນຮ່ອມພູກິດ​ໂຮນ. \v 13 ກະສັດໄດ້ທຳລາຍສະຖານທີ່ສູງເຊິ່ງທີ່ຢູ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ, ແລະ ຢູ່ທາງທິດໃຕ້ຂອງພູເຂົາແຫ່ງການຊົ່ວ​ຊ້າ​ນັ້ນເສຍ​ຄວາມ​ບໍ​ຣິ​ສຸດ ທີ່ຊາໂລໂມນກະສັດແຫ່ງອິດສະຣາເອນໄດ້ສ້າງໄວ້ສຳລັບພະອັດ​ສະ​ຕາກ​, ເປັນຮູບບູຊາສິ່ງທີ່ຫນ້າ​ລັງ​ກຽດ​ຂອງຊາວຊີໂດນ; ແລະ ສຳລັບພະເຄ​ໂມດ, ເປັນ​ຮູບ​ເຄົາ​ລົບສິ່ງທີ່ຫນ້າລັງກຽດຂອງຊາວໂມອາບ; ແລະ ສຳລັບພະມິນກົມ, ເປັນຮູບ​ເຄົາ​ລົບ​ທີ່​ຫນ້າ​ລັງກຽດຂອງຊາວອຳໂມນ. \v 14 ພະ​ອົງ​ໄດ້​ທຸບ​ເສົາທີ່ສັກສິດອອກເປັນປ່ຽງໆ ແລະ ໂຄ່ນ​ບັນ​ດາເສົາທັງຂອງອາເຊຣາລົງແລ້ວກໍເອົາບັນ​ດາກະດູກຂອງມະນຸດຖົມ​ໃສ່ທີ່ນັ້ນ.