lo_2ki_text_ulb_l3/22/17.txt

1 line
1.9 KiB
Plaintext

\v 17 ເພາະວ່າພວກເຂົາໄດ້ປະຖິ້ມເຮົາແລະ ໄດ້ເຜົາເຄື່ອງ​ຫອມ​ຖວາຍພະອົງອື່ນໆ, ເຊິ່ງເຮັດໃຫ້ເຮົາໃຈຮ້າຍກັບທຸກໆການກະທຳທັງ​ຫມົດທີ່ພວກເຂົາໄດ້ເຮັດ—ດັ່ງນັ້ນ ຄວາມໃຈຮ້າຍຂອງເຮົາຈະສະຫວ່າງໄປສູ່ສະຖານທີ່ແຫ່ງນີ້, ແລະ ຈະບໍ່ສາມາດດັບໄດ້.'" \v 18 ແຕ່ກະສັດແຫ່ງຢູດາ, ຜູ້ທີ່ຊົງໃຊ້ພວກທ່ານມາຖາມຄວາມປະສົງຂອງພຣະຢາເວ​ນັ້ນ, ຈົ່ງໄປບອກ​ພະ​ອົງວ່າ: "ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວໄວ້​ວ່າ: 'ທຸກຖ້ອຍຄຳທີ່ເຈົ້າໄດ້ຍິນ, \v 19 ເພາະວ່າຫົວໃຈຂອງເຈົ້າອ່ອນ​ນ້ອມ, ແລະ ເຈົ້າຖ່ອມຕົວລົງຕໍ່ພຣະພັກ​ພ​ຣະ​ຢາ​ເວ, ເມື່ອເຈົ້າໄດ້ຍິນຖ້ອຍຄຳເຊິ່ງເຮົາກ່າວໂທດສະຖານທີ່ນີ້ ແລະ ປະຊາຊົນໃນເມືອງນີ້, ເຊິ່ງຈະກາຍເປັນທີ່​ເປົ່າ​ຮ້າງ ແລະ ຖືກສາບແຊ່ງ, ແລະ ເຈົ້າໄດ້ຈີກເຄື່ອງນຸ່ງຂອງເຈົ້າ ແລະ ຮ້ອງໄຫ້ຕໍ່ຫນ້າເຮົາ, ເຮົາ​ເອງກໍໄດ້ຍິນທ່ານເຊັ່ນກັນ-ພຣະຢາເວກ່າວດັ່ງນີ້​ແຫລະ.