lo_2ki_text_ulb_l3/22/11.txt

1 line
1.7 KiB
Plaintext

\v 11 ສິ່ງນີ້ໄດ້ເກີດຂື້ນເມື່ອກະສັດໄດ້ຊົງຟັງຖ້ອຍຄຳຂອງຫນັງສືກົດ​ບັນ​ຍັດ, ແລະ ພະ​ອົງ​ກໍໄດ້ຊົງ​ຈີກເສື້ອຜ້າຂອງພະ​ອົງ. \v 12 ກະສັດໄດ້​ຊົງສັ່ງໃຫ້ປະໂຣຫິດຮິນ​ກີ​ຢາ, ແລະອາຮີກຳລູກຊາຍຂອງຊາ​ຟານ, ແລະ ອັກ​ໂບລູກຊາຍຂອງມີ​ກາ​ອີຢາ ແລະ ຊາ​ຟານ, ທີ່​ເປັນ​ອົງ​ຄະ​ລັກ ແລະ ອາ​ສາ​ອີຢາອົງ​ຄະ​ລັກ​ພະ​ອົງ​ເອງ, ກ່າວວ່າ, \v 13 "ຈົ່ງໄປທູນຖາມພຣະ​ຢາເວເພື່ອ​ຂ້າ​ພະ​ເຈົ້າ, ແລະ ເພື່ອປະຊາຊົນ ແລະ ເພື່ອຢູດາທັງຫມົດ, ກ່ຽວກັບຖ້ອຍຄຳສັບຕ່າງໆໃນຫນັງ​ສືນີ້ທີ່ພົບເຫັນ. ເພາະວ່າຄວາມຄຽດແຄ້ນຂອງພຣະຢາເວເຊິ່ງກຳລັງລຸກຂຶ້ນຕໍ່ສູ້ພວກເຮົາແມ່ນໃຫຍ່ຫລວງຫລາຍ ເພາະວ່າບັນພະບຸລຸດຂອງພວກເຮົາບໍ່ໄດ້ເຊື່ອຟັງຖ້ອຍຄຳຂອງຫນັງ​ສືນີ້ ທີ່​ຈະ​ເຮັດ​ທຸກສິ່ງຕາມທີ່ຂຽນໄວ້ກ່ຽວກັບພວກເຮົາ."