lo_2ki_text_ulb_l3/22/03.txt

1 line
1.3 KiB
Plaintext

\v 3 ສີ່ງນີ້ໄດ້ເກີດຂື້ນໃນປີທີສິບແປດແຫ່ງການປົກຄອງຂອງກະສັດໂຢ​ຊິ​ຢາ, ພະ​ອົງໄດ້ຊົງໃຊ້ຊາຟານລູກຊາຍຂອງອາຊາລີຢາລູກຊາຍຂອງເມ​ຊຸນ​ລຳ, ​ອົງຄະ​ລັກໄປທີ່ພ​ຣະ​ວິຫານຂອງພຣະຢາເວ, ໂດຍກ່າວວ່າ, \v 4 "ຈົ່ງຂຶ້ນໄປຫາຮິນ​ກີ​ຢາ​ມະ​ຫາປະໂຣຫິດ ແລະ ບອກທ່ານໃຫ້ນັບເງິນທີ່ຖືກນຳເຂົ້າມາໃນພ​ຣະ​ວິ​ຫານຂອງພຣະຢາເວ, ເຊິ່ງເຈົ້າຫນ້າທີ່ທີ່ເກັບຈາກປະຊາຊົນ. \v 5 ຂໍໃຫ້ມອບໄວ້ໃນມືຂອງຜູ້ເຮັດ​ຫນ້າ​ທີ່​ຮັກ​ສາພ​ຣວິຫານຂອງພຣະຢາເວ, ແລະ ໃຫ້ພວກເຂົາຈ່າຍຄ່າແຮງງານຜູ້ທີ່ຢູ່ໃນພ​ຣະ​ວິຫານຂອງພຣະຢາເວເພື່ອສ້ອມແປງພຣະວິຫານ​ສຳ​ລັບພວກເຂົາ.