lo_2ki_text_ulb_l3/12/06.txt

1 line
1.3 KiB
Plaintext

\v 6 ແຕ່ໃນປີທີຊາວສາມຂອງຣາຊການຂອງກະສັດໂຢອາດ, ພວກປະໂລຫິດບໍ່ໄດ້ສ້ອມແປງສິ່ງໃດໃນພຣະວິຫານເລີຍ. \v 7 ແລ້ວກະສັດໂຢອາດຈຶ່ງໄດ້ຊົງເອີ້ນເຢໂຮຍອາດາປະໂລຫິດແລະບັນດາປະໂລຫິດອື່ນໆ; ພະອົງໄດ້ກ່າວກັບພວກເຂົາວ່າ," ເປັນຫຍັງພວກທ່ານຈຶ່ງບໍ່ສ້ອມແປງສິ່ງໃດໆໃນພຣະວິຫານ? ສະນັ້ນຕໍ່ໄປນີ້ຢ່າຮັບເງິນຈາກຜູ້ບໍຣິຈາກເລີຍ, ແຕ່ໃຫ້ເກັບເງິນມາສະເພາະທີ່ຈະແປງພຣະວິຫານ ແລະ ຈ່າຍໃຫ້ແກ່ພວກຜູ້ທີ່ຈະສ້ອມແປງພຣະວິຫານເທົ່ານັ້ນ." \v 8 ດັ່ງນັ້ນພວກປະໂລຫິດຈຶ່ງໄດ້ຕົກລົງກັນວ່າຈະບໍ່ຮັບເງິນຈາກປະຊາຊົນອີກ ແລະ ຈະບໍ່ສ້ອມແປງພຣະວິຫານດ້ວຍຕົວຂອງພວກເຂົາເອງ.