lo_2ki_text_ulb_l3/07/14.txt

1 line
993 B
Plaintext

\v 14 ດັ່ງນັ້ນ ພວກເຂົາຈຶ່ງໄດ້ເອົາຣົດມ້າສອງຄັນພ້ອມດ້ວຍມ້າ, ແລະກະສັດໄດ້ສົ່ງພວກເຂົາໃຫ້ໄປຕິດຕາມກອງທັບຂອງຊາວອາຣາມ, ໂດຍກ່າວວ່າ, "ຈົ່ງໄປແລະເບິ່ງ." \v 15 ພວກເຂົາທັງຫລາຍຈິ່ງໄດ້ຕິດຕາມພວກເຂົາໄປຕາມແມ່ນໍ້າຈໍແດນ, ແລະ ທຸກຖະຫນົນຫົນທາງເຕັມໄປດ້ວຍເຄື່ອງນຸ່ງຫົ່ມ ແລະ ອຸປະກອນຕ່າງໆທີ່ຊາວອາຣາມໄດ້ຖິ້ມເພາະຄວາມຮີບດ່ວນຂອງພວກເຂົາ. ດັ່ງນັ້ນຜູ້ສົ່ງຂ່າວຈຶ່ງໄດ້ກັບມາ ແລະ ກ່າວກັບກະສັດ.