lo_2ki_text_ulb_l3/07/12.txt

1 line
1.4 KiB
Plaintext

\v 12 ແລ້ວກະສັດໄດ້ຕື່ນຂຶ້ນໃນຕອນກາງຄືນ ແລະ ກ່າວກັບຜູ້ຮັບໃຊ້ຂອງພະອົງວ່າ, "ເຮົາຈະບອກພວກເຈົ້າດຽວນີ້ ໃນສິ່ງທີ່ຊາວອາຣາມໄດ້ກະທໍາກັບພວກເຮົາ. ພວກເຂົາຮູ້ວ່າພວກເຮົາອຶດຢາກ, ດັ່ງນັ້ນພວກເຂົາຈຶ່ງໄດ້ອອກຈາກຄ້າຍເພື່ອລີ້ຊ່ອນຕົວຢູ່ໃນທົ່ງນາຂອງພວກເຂົາ ໂດຍກ່າວວ່າ, 'ເມື່ອອິສະຣາເອນອອກຈາກເມືອງ ເຮົາຈະຈັບເປັນພວກເຂົາ, ແລະ ຈະເຂົ້າໄປໃນເມືອງ.'" \v 13 ຜູ້ຮັບໃຊ້ຄົນຫນຶ່ງຂອງກະສັດໄດ້ຕອບ ແລະ ທູນວ່າ, "ກະຣຸນາໃຫ້ບາງຄົນເອົາມ້າຫ້າໂຕທີ່ຍັງເຫລືອຢູ່ໃນເມືອງໄປ. ພວກເຂົາເປັນຄືກັບຄົນອິສະຣາເອນທີ່ເຫລືອຢູ່ - ປະຈຸບັນສ່ວນຫລາຍແມ່ນຕາຍແລ້ວ; ຂໍໃຫ້ພວກເຮົາສົ່ງພວກເຂົາໄປ ແລະ ເບິ່ງ."