lo_2ki_text_ulb_l3/05/23.txt

1 line
1.4 KiB
Plaintext

\v 23 ນາອາມານຕອບວ່າ, "ຂ້າພະເຈົ້າຍິນດີທີ່ຈະໃຫ້ສອງຕະລັນແກ່ເຈົ້າ." ນາອາມານກໍໄດ້ເວົ້າເນັ້ນໃຫ້ເກຮາຊີ ແລະ ເອົາເງິນສອງຕະລັນໃສ່ໃນຖົງສອງຖົງ, ພ້ອມທັງເສື້ອຜ້າເພື່ອປ່ຽນສອງຊຸດ, ແລະ ໃຫ້ຄົນຮັບໃຊ້ສອງຄົນແບກຖົງເງິນນໍາຫນ້າເກຮາຊີໄປ. \v 24 ເມື່ອ ເກຮາຊີມາຮອດເນີນພູ, ເຂົາໄດ້ຮັບເອົາຖົງເງິນຈາກມືຂອງພວກເຂົາ ແລະ ເອົາໄປເຊື່ອງໄວ້ໃນເຮືອນ; ເຂົາໄດ້ສົ່ງພວກເຂົາໄປ, ແລະພວກເຂົາກໍ່ໄດ້ອອກໄປ. \v 25 ເມື່ອເກຮາຊີໄດ້ເຂົ້າມາ ແລະ ຢືນຢູ່ຕໍ່ຫນ້ານາຍຂອງເຂົາ, ເອລີຊາໄດ້ຖາມເຂົາວ່າ, "ເກຮາຊີ ເຈົ້າໄປໃສມາ?" ເຂົາໄດ້ຕອບວ່າ, "ຄົນຮັບໃຊ້ຂອງທ່ານບໍ່ໄດ້ໄປໃສມາດອກ."