lo_2ki_text_ulb_l3/05/08.txt

1 line
1.3 KiB
Plaintext

\v 8 ດັ່ງນັ້ນ ເມື່ອເອລີຊາຄົນຂອງ ພຣະເຈົ້າໄດ້ຍິນວ່າ ກະສັດແຫ່ງອິສະຣາເອນໄດ້ຈີກເສື້ອຜ້າຂອງພະອົງ, ທ່ານຈິ່ງໄດ້ສົ່ງຂ່າວໄປຫາກະສັດວ່າ," ເປັນຫຍັງພະອົງຈິ່ງຈີກເສື້ອຜ້າຂອງພະອົງ? ໃຫ້ເຂົາມາຫາຂ້ານ້ອຍເຖີດ, ແລະ ເຂົາຈະຮູ້ວ່າມີຜູ້ທໍານວາຍຄົນຫນຶ່ງໃນອິສະຣາເອນ. " \v 9 ດັ່ງນັ້ນ ນາອາມານຈຶ່ງໄດ້ມາພ້ອມດ້ວຍບັນດາມ້າ ແລະ ລົດມ້າເສິກຂອງທ່ານ ແລະ ຢືນຢູ່ປະຕູເຮືອນຂອງເອລີຊາ. \v 10 ເອລີເຊກໍ່ໄດ້ສົ່ງຜູ້ສົ່ງຂ່າວໄປບອກທ່ານວ່າ, "ຈົ່ງໄປ ແລະ ຈຸ່ມຕົວຂອງທ່ານລົງໃນແມ່ນໍ້າຈໍແດນເຈັດຄັ້ງ, ແລະ ເນື້ອຫນັງຂອງທ່ານຈະກັບຄືນມາຄືເກົ່າ, ແລະ ທ່ານຈະສະອາດ."