lo_2ki_text_ulb_l3/10/15.txt

1 line
1.9 KiB
Plaintext

\v 15 ເມື່ອເຢຮູນໄດ້ອອກໄປຈາກບ່ອນນັ້ນ, ລາວໄດ້ພົບ ໂຢນາດາບລູກຊາຍຂອງ ເຣກາບຜູ້ທີ່ກຳລັງມາຫາລາວ. ເຢຮຸນໄດ້ຕ້ອນຮັບລາວແລະກ່າວກັບລາວວ່າ, "ຈິດໃຈຂອງເຈົ້າຊື່ສັດ ໃຈຂອງເຮົາ, ຢ່າງທີ່ຈິດໃຈຂອງເຮົາຊື່ສັດກັບເຈົ້າບໍ?"ໂຢນາດາບຕອບວ່າ,"ສັດຊື່." ເຢຮຸນກ່າວວ່າ, "ຖ້າສັດຊື່ກໍຍື່ນມືຂອງເຈົ້າມາໃຫ້ເຮົາ." ດັ່ງນັ້ນໂຢນາດາບຈຶ່ງຍື່ນມືຂອງລາວໃຫ້ເຢຮູ, ແລະເຢຮູໄດ້ເອົາໂຢນາດາບຂຶ້ນໄປໃນລົດຮົບກັບລາວ. \v 16 ເຢຮູໄດ້ກ່າວວ່າ, "ມາກັບເຮົາເຖີດແລະເບິ່ງຄວາມກະຕືລືລົ້ນຂອງເຮົາເພື່ອພຣະຢາເວ." ດັ່ງນັ້ນລາວຈຶ່ງໃຫ້ໂຢນາດາບໄດ້ຂີ່ລົດຮົບຂອງລາວໄປກັບລາວ. \v 17 ເມື່ອລາວມາຮອດເມືອງຊາມາເຣຍ, ເຢຮູໄດ້ຂ້າທຸກຄົນໃນເຊື້ອສາຍຂອງອາຮາບທີ່ເຫລືອຢູ່ໃນເມືອງຊາມາເຣຍ,ຈົນຫມົດ, ເຢຮູໄດ້ທຳລາຍເຊື້ອສາຍທູກຄົນໃນຣາຊະວົງ ຂອງອາຮາບ, ຕາມຖ້ອຍຄຳຂອງພຣະຢາເວ, ຊຶ່ງພຣະອົງໄດ້ບອກກັບເອລີຢາ.