lo_2ki_text_ulb_l3/09/01.txt

1 line
1.4 KiB
Plaintext

\c 9 \v 1 ເອລີຊາຜູ້ທຳນວຍໄດ້ເອີ້ນຄົນຫນຶ່ງໃນພວກລູກຊາຍຂອງຜູ້ທຳນວາຍ ແລະກ່າວກັບລາວວ່າ,“ ຈົ່ງແຕ່ງຕົວເພື່ອເດີນທາງ, ແລ້ວຖືນຳ້ມັນຂວດນ້ອຍນີ້ໄວ້ໃນມືຂອງເຈົ້າ ແລະໄປທີ່ເມືອງ ຣາໂມດ ກີເລອາດ. \v 2 ເມື່ອເຈົ້າເຖິງທີ່ນັ້ນແລ້ວ, ຈົ່ງຫລຽວຫາຢາຮູລູກຊາຍຂອງເຢໂຮຊາຟັດ ລູກຊາຍຂອງນິມຊີ, ແລະຈົ່ງເຂົ້າໄປຂ້າງໃນ ແລະໃຫ້ລາວລຸກຂຶ້ນຈາກຫມູ່ຂອງລາວ, ແລະພາລາວໄປທີ່ຫ້ອງຊັ້ນໃນ. \v 3 ແລ້ວຈົ່ງເອົານຳ້ມັນໃນຂວດໄປ ແລະເທລົງເທິງຫົວຂອງລາວແລະເວົ້າວ່າ," ພຣະຢາເວກ່າວດັ່ງນີ້ວ່າ: " ເຮົາເຈີມຕັ້ງເຈົ້າໃຫ້ເປັນກະສັດເຫນືອອິດສະຣາເອນ."' ແລ້ວຈົ່ງເປີດປະຕູ, ແລະແລ່ນອອກໄປ; ຢ່າຊັກຊ້າ. "