lo_2ki_text_ulb_l3/17/29.txt

1 line
1.2 KiB
Plaintext

\v 29 ແຕ່ວ່າທຸກປະຊາຊາດທັງ​ຫມົດຍັງສ້າງພວກຮູບພະຂອງຕົນເອງ, ແລະຕັ້ງໄວ້ໃນເຮືອນ​ແຫ່ງສະ​ຖານສູງຕ່າງໆ ຊຶ່ງຊາວຊາມາເຣຍໄດ້ສ້າງ-ໄວ້ໃນເມືອງຕ່າງໆ ທີ່ທຸກ​ປະ​ຊາ​ຊາດທັງ​ຫມົດ​ອາ​ໄສ​ຢູ່. \v 30 ປະຊາຊົນຊາວບາບີໂລນໄດ້ສ້າງພະ​ຊຸກ​ໂກດ​ເບ​ໂນດ; ປະ​ຊາຊົນ​ຊາວ​ກູກໄດ້ສ້າງພະເນ​ການ; ປະຊາຊົນຊາວ​ຮາ​ມັດໄດ້ສ້າງພະ​ອາ​ຊີ​ມາ. \v 31 ຄົນອິບວາໄດ້ສ້າງພ​ະນິບ​ຮາດ ແລະ ພະ​ຕາ​ກຕັກ. ຄົນເສ​ຟາກວາອິມໄດ້ເຜົາລູກຂອງຕົນໃນໄຟເພື່ອ​ຖວາຍ​ພະອັດ​ຣຳ​ເມ​ເລັກ ແລະ​ ພະອາ​ນາມ​ເມ​ເລັກ, ເຊິ່ງເປັນພະຂອງຊາວ​ເສ​ຟາ​ກວາ​ອິມ.