lo_2ki_text_ulb_l3/20/19.txt

1 line
1.5 KiB
Plaintext

\v 19 ຫລັງຈາກນັ້ນເຮເຊກີຢາໄດ້ກ່າວກັບເອຊາຢາວ່າ, "ຖ້ອຍຄຳຂອງພຣະຢາ​ເວທີ່ທ່ານໄດ້ກ່າວມານັ້ນເປັນສິ່ງທີ່ດີແລ້ວ." ເພາະວ່າພ​ຣະອົງຊົງໄດ້ຄິດວ່າ, "ກໍດີແລ້ວບໍ່​ແມ່​ນ​ບໍ ໃນເມື່ອມີຄວາມສະຫງົບສຸກ ແລະ ຄວາມປອດໄພໃນສະ​ໄຫມຂອງຂ້າ​ພະ​ເຈົ້າ?" \v 20 ສ່ວນ​ພະ​ຣາ​ຊ​ະກິດອື່ນໆຂອງເຮເຊກີຢາ ແລະ ​ອຳນາດທັງຫມົດຂອງພະ​ອົງ, ແລະການທີ່ພະ​ອົງໄດ້ສ້າງສະ ແລະ ຮ່ອງລະບາຍນ້ຳ, ແລະວິ​ທີ​ທີ່​ພ​ະ​ອົງ​ໄດ້​ນຳເອົານ້ຳເຂົ້າມາໃນເມືອງ-ໄດ້ແນວໃດ ໄດ້ບັນທຶກໄວ້ໃນຫນັງ​ສື​ພົງສາວະດານກະສັດແຫ່ງຢູດາບໍ່ແມ່ນບໍ? \v 21 ເຮເຊກີຢາໄດ້ຊົງລ່ວງ​ລັບ​ໄປ​ຢູ່ກັບບັນພະບຸລຸດຂອງພະ​ອົງ, ແລະມາ​ນາ​ເຊລູກຊາຍຂອງພະ​ອົງໄດ້ຊົງຂຶ້ນເປັນກະສັດແທນ.