1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 10 ເມື່ອກະສັດອາຮາດໄດ້ສະເດັດໄປເມືອງດາມາເຊເພື່ອພົບກັບຕິກລາດປີເລເຊກະສັດແຫ່ງອັດຊີເຣຍ. ພະອົງໄດ້ເຫັນແທ່ນບູຊາຢູ່ທີ່ໃນເມືອງດາມາເຊ ແລະ ພະອົງໄດ້ຊົງສົ່ງແບບຈຳລອງແທ່ນບູຊາໄປທີ່ປະໂລຫິດອູຣີຢາ ພ້ອມທັງແບບແຜນຂອງແທ່ນບູຊານັ້ນ ແລະ ຮູບແບບສຳຫລັບວຽກງານກໍ່ສ້າງທີ່ ຈຳເປັນ. \v 11 ດັ່ງນັ້ນປະໂລຫິດອູຣີຢາກໍໄດ້ສ້າງແທ່ນບູຊານັ້ນອີງຕາມແບບທຸກຢ່າງທີ່ກະສັດອາຮາດໄດ້ສົ່ງມາຈາກດາມາເຊ. ທ່ານຈື່ງໄດ້ເຮັດແທ່ນບູຊາໃຫ້ສຳເລັດກ່ອນທີ່ກະສັດອາຮາດສະເດັດກັບມາຈາກດາມາເຊ. \v 12 ເມື່ອກະສັດໄດ້ກັບມາຈາກດາມາເຊ ພະອົງໄດ້ເຫັນແທ່ນບູຊາ; ແລ້ວກະສັດໄດ້ເຂົ້າໄປໃກ້ແທ່ນບູຊາ ແລະຖວາຍເຄື່ອງບູຊາເທິງແທ່ນບູຊານັ້ນ. |