1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 8 ໂຢຊີຢາໄດ້ຊົງໃຫ້ນັກບວດທັງຫມົດອອກຈາກເມືອງຕ່າງໆຂອງຢູດາ ແລະ ໄດ້ຊົງເຮັດໃຫ້ສະຖານທີ່ສູງຄືບ່ອນທີ່ນັກບວດໄດ້ຈູດເຄື່ອງຫອມເສຍຄວາມສັກສິດ, ຕັ້ງແຕ່ເມືອງເກບາເຖິງເບເອນເຊບາ. ແລະ ພະອົງໄດ້ທຳລາຍສະຖານທີ່ສູງຂອງປະຕູເຊິ່ງຢູ່ທາງເຂົ້າປະຕູຂອງໂຢຊວຍ (ເຈົ້າເມືອງ), ທີ່ຢູ່ເບື້ອງຊ້າຍມືທີ່ປະຕູເມືອງ. \v 9 ເຖິງແມ່ນວ່າບັນດານັກບວດທຸກແຫ່ງສະຖານສູງບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດຫນ້າທີ່ຢູ່ທີ່ແທ່ນບູຊາຂອງພຣະຢາເວໃນນະຄອນ ເຢຣູຊາເລັມ, ແຕ່ພວກເຂົາທັງຫລາຍໄດ້ກິນເຂົ້າຈີ່ບໍ່ມີເຊື້ອ ໃນບັນດາພວກອ້າຍນ້ອງຂອງພວກເຂົາເອງ. |