1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 8 ແລ້ວອາມາຊີຢາໄດ້ສົ່ງຄະນະທູດໄປເຝົ້າໂຢອາດລູກຊາຍຂອງເຢໂຮອາຮາດກະສັດອິດສະຣາເອນ, ກ່າວວ່າ, "ມາເຖີດ, ຂໍໃຫ້ພວກທ່ານພົບກັນໃນສົງຄາມ." \v 9 ແຕ່ໂຢອາດກະສັດແຫ່ງອິດສະຣາເອນໄດ້ສົ່ງຜູ້ສື່ສານໄປທີ່ອາມາຊີຢາກະສັດແຫ່ງຢູດາ, ກ່າວວ່າ, “ ຕົ້ນຫນາມໃນເລບານອນໄດ້ສົ່ງຂ່າວໄປຫາຕົ້ນສົນສີດາໃນເລບານອນ, ກ່າວວ່າ, 'ຈົ່ງໃຫ້ລູກສາວຂອງທ່ານເປັນເມຍຂອງລູກຊາຍຂອງຂ້າພະເຈົ້າ,' ແຕ່ສັດປ່າໂຕຫນຶ່ງທີ່ຢູ່ໃນເລບານອນໄດ້ຜ່ານມາ ແລະໄດ້ກັກຢຽບຕົ້ນຫນາມນັ້ນລົງ. \v 10 ທ່ານໄດ້ໂຈມຕີເອໂດມ, ແລະ ຈິດໃຈຂອງທ່ານກໍເຮັດໃຫ້ທ່ານຈອງຫອງຂື້ນ. ຈົ່ງພູມໃຈໃນໄຊຊະນະຂອງທ່ານເຖີດ, ແຕ່ຈົ່ງຢູ່ກັບເຮືອນຂອງຕົນ, ເພາະວ່າເປັນຫຍັງທ່ານຈຶ່ງສ້າງບັນຫາໃຫ້ກັບຕົວເອງ ແລະ ລົ້ມລົງ, ທັງທ່ານ ແລະ ຢູດາດ້ວຍ?" |