lo_2ki_text_ulb_l3/14/01.txt

1 line
1.4 KiB
Plaintext

\c 14 \v 1 ໃນປີທີສອງແຫ່ງລາດ​ຊະ​ການໂຢອາດລູກຊາຍຂອງເຢໂຮອາຮາດ, ກະສັດຂອງອິດສະຣາເອນ, ອາມາຊີຢາລູກຊາຍຂອງໂຢອາດ, ກະສັດແຫ່ງຢູດາ, ໄດ້​ຊົງຂຶ້ນຄອງບັນລັງ ເມື່ອທ່ານໄດ້ຊົງເປັນກະສັດນັ້ນ. \v 2 ​ພ​ະ​ອົງອາຍຸໄດ້ຊາວ-ຫ້າປີພ​ະ​ອ​ົງເລີ່​ມ​ປົກ​ຄອງ​; ພ​ະ​ອົງໄດ້ຄອງ​ບັນ​ລັງຢູ່​ໃນ​ນະ​ຄອນ ເຢຣູຊາເລັມຊາວ-ເກົ້າປີ. ມານ​ດາຂອງ​ພ​ະ​ອົງ​ມີຊື່ວ່າ ເຢ​ໂຮ​ອັດ​ດິນ, ຊາວ​ນະ​ຄອນ ເຢຣູຊາເລັມ. \v 3 ພ​ະ​ອົງ​ໄດ້ຊົງເຮັດສິ່ງທີ່ຊອບ​ທຳໃນສາຍຕາຂອງພຣະຢາ​ເວ, ແຕ່ຍັງບໍ່ຄືກັນກັບດາວິດບັນພະບຸລຸດຂອງພ​ຣະ​ອົງ. ພ​ະ​ອົງໄດ້ຊົງເຮັດທຸກຢ່າງທີ່ໂຢອາດ, ພໍ່ຂອງພ​ະອົງ, ໄດ້ຊົງເຮັດ.