lo_2ki_text_ulb_l3/14/06.txt

1 line
1.4 KiB
Plaintext

\v 6 ແຕ່ພ​ຣະ​ອົງບໍ່ໄດ້ຊົງ​ປະ​ຫານເຊື້ອສາຍຂອງຜູ້ທີ່ໄດ້ປົງ​ພ​ຣະຊົນນັ້​ນ; ແຕ່, ພ​ຣະອົງໄດ້ຊົງ​ປະ​ຕິ​ບັດຕາມທີ່ໄດ້ບັນ​ທຶກໄວ້, ໃນຫນັງ​ສື​ພ​ຣະບັນຍັດ, ຂອງໂມເຊ, ຊຶ່ງພຣະຢາເວໄດ້ຊົງບັນຊາ, ວ່າ, “ຢ່າປະຫານບິ​ດາເພາະການກະທຳຂອງເຊື້ອ​ສາຍພວກເຂົາ, ຫລືຢ່າປະ​ຫານລູກຫລານເພາະການກະທຳຂອງບິ​ດາ​ມານ​ດາ​ຂອງ​ພວກ​ເຂົາ. ແຕ່ລະຄົນຕ້ອງຖືກປະຫານຍ້ອນບາບຂອງຕົນເອງ.” \v 7 ພ​ຣະ​ອົງໄດ້ຊົງປະ​ຫານຄົນເອໂດມຫລາຍສິບພັນຄົນໃນພູເຂົາ​ເກືອ; ແລະພ​ຣະ​ອົງໄດ້ຊົງຍຶດເອົາເມືອງເສລາດ້ວຍສົງ​ຄາມ, ແລະໄດ້​ຊົງ​ເອີ້ນເມືອງນັ້ນວ່າ ໂຢກ​ເທ​ເອນ, ເຊິ່ງ​ເປັນ​ຊື່ຈົນມາເຖິງທຸກ​ມື້ນີ້.